ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດຫນື້ງ

ບັນບົດລ໋ອກ

(2 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 5 ນາທີ · ຖືກ

ມື້ນີ້ທີມງານແຊບ ຊິມາແຊວິທີ ເຮັດ ບັນບົດລ໋ອກ ທີ່ເປັນອາຫານຫວຽດນາມຍອດຮິດ. ເຮັດເອງຢູ່ບ້ານ ສູດງ່າຍໆມັກຫຍັງກະປັບປ່ຽນໄດ້ເດີ.

ວິດິໂອ

ເຄື່ອງປຸງ

ເຄື່ອງເຮັດໄສ້ບັນບົດລ໋ອກ

ເຄື່ອງປະກອບເຮັດແປ້ງ

ເຄື່ອງເຮັດແຈ່ວ

ເຄື່ອງປະກອບຈຽວຜັກບົ່ວຂຽວ

ວິທີເຮັດ

1.ຄ້າງກະທະໃສ່ນ້ຳມັນ, ຈຽວ ຫອມບົ່ວແດງ ແລະ ກະທຽບສັບ ຈົນຫອມ, ແລ້ວເອົາຊີ້ນໝູລົງຂົ້ວ, ໃສ່ພິກໄທ, ເກືອ, ນ້ຳມັນຫອຍ, ແລະ ເຫັດຫູໜູສັບ.

2. ຂົ້ວເຂົ້າກັນ ຈົນໝູສຸກ ແລ້ວໃສ່ນ້ຳມັນໝາກເຜັດ ແລະ ໜ້າໝາກເຜັດ. ຄົນໃຫ້ເຂົ້າກັນ ແລະ ປົງໄວ້ໃຫ້ເຢັນ

3. ກຽມແປ້ງ: ຖອກແປ້ງສິງກະໂປໃສ່ ຖ້ວຍໃຫຍ່, ເທນ້ຳຮ້ອນລົງໄປເທື່ອລະໜ້ອຍ ຈົນເຫັນວ່າມັນພໍດີແຂ້ນ. ແລ້ວເອົາມືນວດໆແປ້ງຈົນນຽນ. ແລ້ວແບ່ງເປັນກ້ອນ ແລ້ວ ລິ້ງໃຫ້ເປັນແທ່ງຍາວ. ປັ້ນເປັນກ້ອນນ້ອຍ ແລ້ວບີບເປັນແຜ່ນມົນ. ໃສ່ໄສ້ໝູທີ່ຂົ້ວໄວ້ ແລ້ວບີບ ແປ້ງປິດໄສ້ໄວ້. ຫໍ່ໃຫ້ຄົບ.

4. ກຽມຊຶງໜຶ້ງ: ວາງໃບຕອງລົງຊຶງ ແລະ ທານ້ຳມັນໃສ່ຕອງ, ວາງແປ້ງທີ່ຫໍ່ນັ້ນລົງ ລຽງເປັນແຖວ ແລ້ວນຳໄປໜຶ້ງ ປະມານ 20 ນາທີ.

5. ເຮັດແຈ່ວ: ລະລາຍນ້ຳຕານດ້ວຍນ້ຳຮ້ອນ, ໃສ່ເກືອ, ໝາກເຜັດຕຳ, ນ້ຳອຸ່ນ, ໝາກນາວ, ຄົນໃຫ້ເຂົ້າກັນ ແລະ ຊີມລົດຊາດຕາມໃຈ.

6. ເຮັດຈຽວບົ່ວຂຽວ: ຄ້າງໝໍ້ໃສ່ນ້ຳມັນໃຫ້ຮ້ອນໆ ແລ້ວ ຖອກລົງ ຜັກບົ່ວຂຽວຊອຍ.

7. ເອົາບັນບົດລ໋ອກ ເສີບໃສ່ຈານ, ໂຮຍຈຽວບົ່ວຂຽວໃສ່ ແລະ ຫອມບົ່ວຈຽວ. ລາດດ້ວຍນ້ຳແຈ່ວ. ພ້ອມແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ