ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດ ຍຳ/ຕຳ/ພັນ

ເຂົ້າປຸ້ນຫວຽດ

(1 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 60 ນາທີ · ປານກາງ

ມື້ນີ້ ທີມງານ Zap.la ມາເຮັດເຂົ້າປຸ້ນປາແດກຫວຽດນາມສູ່ກິນ. ເຮັດງ່າຍໆ ແຖມຄົບທາດອາຫານ! ມາເດີ ແຊບໆ

ວິດິໂອ

ເຄື່ອງປຸງ

ເຄື່ອງປຸງແຈ່ວ

  • ປາແດກຫວຽດສຳເລັດຮູບ 1 ຖ້ວຍນ້ອຍ, ປາແດກຫວຽດສຳເລັດຮູບ
  • ນ້ຳຕານ 3 ບ່ວງແກງ
  • ເຜັດຜົງ 1 ບ່ວງແກງ, ໃສ່ແລ້ວແຕ່ມັກ
  • ກະທຽມ 2 ກີບ, ໃຊ້ກະທຽມສົດມາທຸບ, ແລ້ວຈຽວລົງນ້ຳມັນ
  • ໝາກນັດ 2 ບ່ວງແກງ, ຊອຍເປັນຕ່ອນນ້ອຍ
  • ນ້ຳມັນພືດ 5 ບ່ວງແກງ, ນ້ຳມັນຮ້ອນໆທີ່ໃຊ້ຈຽວກະທຽມ

ວິທີເຮັດ

1. ຖອກນ້ຳມັນໃສ່ກະທະໃຫ້ຮ້ອນ,ແລ້ວເອົາເຕົາຮູ້ລົງຈືນ ໃຫ້ເຫຼືອງກອບ. ຕັກອອກໄວ້

2. ຄ້າງໝໍ້ໃສ່ນ້ຳ ແລະ ເກືອ1ບ່ວງນ້ອຍ. ຕົ້ມໃຫ້ຟົດ, ເອົາຊີ້ນໝູລົງຕົ້ມໃຫ້ສຸກ ປະມານ 30ນາທີ ແລ້ວຕັກອອກ ປະໃຫ້ເຢັນ ແລະ ຊອຍໄວ້

3. ເຮັດນ້ຳແຈ່ວ:

- ຖອກປາແດກຫວຽດ ໃສ່ຖ້ວຍ, ໃສ່ນ້ຳຕານ 3ບ່ວງແກງ, ໃສ່ເຜັດຕຳ, ກະທຽມຈຽວ, ໝາກນັດຊອຍ, ຄົນໃຫ້ເຂົ້າກັນ. ແລ້ວຖອກນ້ຳມັນທີ່ໃຊ້ຈືນເຕົາຮູ້ ແລະ ຈຽວກະທຽມຮ້ອນໆລົງຖ້ວຍແຈ່ວ (ປະມານ 5 ບ່ວງແກງ) ຄົນໃຫ້ເຂົ້າກັນດີ.

4. ກຽມຜັກ ແລະ ເຂົ້າປຸ້ນໃສ່ຖ້ວຍ, ພ້ອມດ້ວຍຊີ້ນໝູຕົ້ມຊອຍ. ລາດນ້ຳແຈ່ວທີ່ເຮັດລົງໄປ. ໂຮຍຖົ່ວດິນ, ຫອມບົ່ວຈຽວ, ແລະ ຜັກບົ່ວໃບລົງ. ພ້ອມແຊບໄດ້ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ