ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ປູກຖົ່ວງອກກິນເອງງ່າຍໆ

(0 ໂຫວດ) • ໂດຍ ທີມແຊບ yoosai.la

1 ຖ້ວຍ · ງ່າຍ · 5 ນາທີ · ຖືກ

ຢູ່ເຮືອນ, ມາປູກຖົ່ວງອກ​ ກິນເອງກັນເທາະ,​ສະອາດ,​ປອດໄພ, ແລະໄດ້ຫລາຍອີກ.​ວິທີເຮັດກະແສນງ່າຍ ມີພຽງໝໍ້ຊຶງ, ກັບທິດຊູກໍ້ໃຫຍ່.​

ເຄື່ອງປຸງ

ວິທີເຮັດ

1. ແຊ່ຖົ່ວຂຽວ ໃນນ້ຳ 1 ຄືນ.

2. ກຽມປູກ:

- ໃຊ້ທິດຊູແຜ່ນໃຫຍ່ ວາງລົງໃສ່ຖ້ານຊຶງ, ແລ້ວຢາຍ ເມັດຖົ່ວຂຽວໃສ່ ໃຫ້ທົ່ວເຈ້ຍ. ແລະ ຢ່າໃຫ້ ຕິດກັນຫລາຍ.

- ເອົາເຈ້ຍອີກແຜ່ນມາປົກໄວ້. ແລ້ວ ຢາຍເມັດຖົ່ວຂຽວໃສ່ ແບບເກົ່າ. ເຮັດແບບນີ້ ຊ້ຳໆ ແຕ່ລະຊັ້ນ ຈົນກວ່າ ຖົ່ວໝົດ. ( ຈະໄດ້ ປະມານ 5-6 ຊັ້ນ). ປົກດ້ວຍ ເຈ້ຍທິດຊູອີກໃບ

- ຫົດນ້ຳທຳມະດາ ໃຫ້ຊຸ່ມ ຮອດຊັ້ນລຸ່ມສຸດ. ແລ້ວ ເອົາຝາໝໍ້ຊຶງປົກໄວ້. ແລ້ວເອົາໄປໄວ້ບ່ອນມືດ ຫລື ໃຊ້ຜ້າຂົນໜູໃຫຍ່ປົກໝໍ້ໄວ້ ອີກ ເທື່ອໜຶ່ງ ( ເຮັດແບບໃດກໍ່ໄດ້ ບໍ່ໃຫ້ ແສງເຂົ້າໄປໃນໝໍ້ ເພາະ ຖົ່ວງອກຈະອອກໃບຂຽວ)

3. ຫົດນ້ຳມື້ລະ 3 ເທື່ອ, ເທື່ອລະ ຈອກນ້ອຍໃຫ້ປຽກຮອດຊັ້ນລຸ່ມ. (ຖ້າມີນ້ຳຢູ່ກົ້ນໝໍ້ໃຫ້ ຖອກອອກທັນທີ ເພາະມັນຈະເໝັນ ແລ້ວຮີບປິດຝາໝໍ້ໄວ້)

4. ເຮັດແບບນີ້ ໄປປະມານ 3ມື້ ກະໄດ້ກິນແລ້ວ. ໃຫ້ຄ່ອຍດຶງອອກຈາກທິດຊູ່ ແລ້ວ ໃສ່ຊາມລ້າງນ້ຳ ເອົາເປືອກຂຽວມັນອອກ. ຖືວ່າໄດ້ຖົ່ວງອກນຳໄປປຸງແຕ່ງອາຫານໄດ້.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ