ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດແກງ/ເອາະ

ເຂົ້າປຸ້ນຫວຽດ (Bun Bo Hue)

(2 ໂຫວດ) • ໂດຍ ທີມແຊບ yoosai.la

4 ຄົນ · ປານກາງ · 70 ນາທີ · ປານກາງ

ເຂົ້າປຸ້ນຫວຽດ ເປັນທີ່ນິຍົມໃນຫວຽດນາມ ແລະ ຫລາຍປະເທດ. ເຄີຍແຕ່ໄປກິນຢູ່ຮ້ານ, ຄັນຊັ້ນມື້ນີ້ລອງມາເຮັດກິນນຳກັນເບິ່ງເນາະ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1.ຄ້າງໝໍ້ ໃສ່ນ້ຳ, ຂາໝູ, ຫົວສີໄຄ, ຫົວບົ່ວໃຫຍ່, ແລະ ເກືອ. ຕົ້ມ ຈົນເປື່ອຍ ປະມານ 45 ນາທີ ຫາ 1 ຊມ

2. ສັບກະທຽມ ແລະ ຫົວສີໄຄໃຫ້ມຸ່ນ

3. ຄ້າງໝໍ້ກະທະໃຫ້ຮ້ອນໃສ່ນ້ຳມັນລົງໄປ ຕາມດ້ວຍ ກະທຽມ ແລະ ຫົວສີໄຄສັບມຸ່ນນັ້ນລົງຂົ້ວ ຈົນຫອມເຫລືອງ ແລ້ວຈຶ່ງໃສ່ໝາກເຜັດປົ່ນ, ຄົນ ເຂົ້າກັນໄວໆ ແລ້ວໃສ່ ນ້ຳປາຫວຽດ ຄົນບຶດໜຶ່ງແລ້ວປິດໄຟ (ສັງເກດລະວັງມັນໄຫມ້ຈະຂົມ)

4. ຫລັງຈາກຕົ້ມໝູສຸກແລ້ວ ໃຫ້ຕັກຂາໝູອອກ. ແລ້ວຈິ່ງຖອກເຄື່ອງຈຽວນັ້ນລົງໝໍ້ (ຈົ່ງໄວ້ ໜ້ອຍໜຶ່ງເພື່ອໃສ່ຖ້ວຍຕອນເສີບ), ຕາມກະປິ(ລະລາຍໃນນ້ຳແລ້ວ) ລົງໄປ 3 ບ່ວງກ່ອນ. ແລ້ວຊີມໃຫ້ພໍດີ.

5. ຈັດເຂົ້າປຸ້ນເສັ້ນໃຫຍ່ໃສ່ຖ້ວຍ, ໃສ່ຊີ້ນງົວສົດ, ໃສ່ຂາໝູຊອຍ.

6. ຕັກນ້ຳຊຸບຮ້ອນໆລາດລົງຖ້ວຍເລີຍ, ໂຮຍໜ້າດ້ວຍຜັກຫອມຊອຍ ແລະ ຫົວສີໄຄ-ກະທຽມ-ໝາກເຜັດຈຽວທີ່ຈົ່ງໄວ້ລົງໄປອີກ ເພື່ອເພີ່ມຄວາມເຜັດ. ຕຽມແຊບໄດ້ເລີຍ! ກິນກັບຜັກ ໝາກເຜັດ ແລະ ກະປິ ເພື່ອຄວາມແຊບຕື່ມ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ