ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດປີ້ງ/ດາດ

ບັນແຊ່ວ

(1 ໂຫວດ) • ໂດຍ ທີມແຊບ yoosai.la

4 ປ່ຽງ · ປານກາງ · 60 ນາທີ · ຖືກ

ບັນແຊ່ວ ແມ່ນອາຫານຫວຽດນາມ, ລອງເຮັດກິນເອງຢູ່ເຮືອນກະໄດ້ :)

ວິດິໂອ

ເຄື່ອງປຸງ

ສ່ວນປະສົມແປ້ງ

ສ່ວນປະສົມໄສ້

ເຄື່ອງປະສົມນ້ຳແຈ່ວ

ຜັກສົດ

ວິທີເຮັດ

1. ເຮັດໄສ້: ຂົ້ວກະທຽມໃສ່ນ້ຳມັນກ່ອນ ຈົນຫອມເຫລືອງ. ໃສ່ຊີ້ນໝູ ແລະ ປຸງລົດດ້ວຍ ນ້ຳມັນຫອຍ,ເກືອ, ພິກໄທດຳ. ຂົ້ວເຂົ້າກັນຈົນໝູສຸກ. ແລ້ວໃສ່ ເຕົາຮູ້ ແລະ ຫອມບົ່ວໃບຊອຍ. ຂົ້ວອີກປະມານ 3 ນາທີແລ້ວປິດໄຟ.

2. ເຮັດນ້ຳ້ແຈ່ວ: ຕົ້ມນ້ຳໃສ່ນ້ຳຕານ, ໃສ່ເກືອ,ແລ້ວຕົ້ມຈົນເປື່ອຍ. ຈາກນັ້ນໃສ່ໝາກເຜັດຕຳ ແລະ ໝາກເຜັດຜົງ. ປິດໄຟປະໄວ້ໃຫ້ເຢັນ ແລ້ວຖອກໃສ່ຖ້ວຍນ້ອຍ.

3. ເຮັດແປ້ງ: ເທແປ້ງບັນແຊ່ວລົງຊາມ, ໃສ່ນ້ຳ,ແລະຜົງຂີ້ໝິ້ນ. ຄົນໃຫ້ເຂົ້າກັນ. ແລ້ວໄປຕອງເອົາເສດແປ້ງອອກ. ແລ້ວຄົນສ່ວນທີ່ຕອງນັ້ນຕື່ມ.

4. ເມື່ອກຽມທຸກຢ່າງແລ້ວ ໃຫ້ຄ້າງໝໍ້ຂາງ ໃສ່ນ້ຳມັນໃຫ້ຮ້ອນ. ເທແປ້ງບັນແຊ່ວລົງ ກິ້ງໝໍ້ໄປມາໃຫ້ແປ້ງບັນແຊ່ວເປັນວົງມົນແລະ ບາງ ( ຂັ້ນຕອນນີ້ຍາກໜ້ອຍໜຶ່ງ ຕ້ອງໄດ້ຝຶກເນາະ:). ເມື່ອແປ້ງບັນແຊ່ວເປັນແຜ່ນໄດ້ທີ່ແລ້ວ ໃຫ້ໃສ່ ໄສ້ໝູສັບຂົ້ວທີ່ກຽມໄວ້, ຕາມດ້ວຍຖົ່ວງອກ ເທິງສ່ວນເຄິ່ງໜຶ່ງຂອງແຜ່ນ. ແລ້ວຈືນໃຫ້ແປ້ງສຸກກອບເຫລືອງ. ຈາກນັ້ນໃຫ້ເຄິ່ງໜຶ່ງປົກໄວ້ ເປັນຮູບເຄິ່ງວົງເດືອນ.

5. ກຽມເສີບ ກັບແຈ່ວ, ຫອມບົ່ວຈຽວ, ຜັກສະຫລັດ ແລະ ຫອມໄດ້ເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ມັກຫລາຍບັນແຊ່ວ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ