ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳປາດຸກຟູ

(1 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 50 ນາທີ · ປານກາງ

ຄ້ອຍຄ່ຳຍາມແລງ ຕາເວັນໃກ້ຊິລັບຂອບຟ້າ, ເຮົາມາຫາຂອງແກ້ມດີໆ ກິນກັບເບຍເຢັນໆກັນເທາະ. ມື້້ນີ້ຂໍນຳສະເໜີ ຍຳປາດຸກຟູ :)

ວິດິໂອ

ເຄື່ອງປຸງ

ເຄື່ອງປະສົມໃສ່ປາ

ເຄື່ອງປະສົມນ້ຳຍຳ

ເຄື່ອງສຳລັບ ໂຮຍໜ້າ

ວິທີເຮັດ

1. ປີ້ງປາດຸກ ທາໃສ່ເກືອ ໃຫ້ສຸກ ກ່ອນ

2. ໄຈ້ເອົາແຕ່ ຊີ້ນປາດຸກ ແລ້ວ ນຳໄປຕຳໃຫ້ມຸ່ນ ແລ້ວ ຈຶ່ງເອົາໄປຈືນ ໃສ່ນ້ຳມັນ ໃຫ້ກອບເຫລືອງ. ຕັກອອກ ໃຫ້ສະເດັດນ້ຳມັນ ແລ້ວ

ປະໄວ້ຈານ.

3. ເຮັດນ້ຳຍຳ ໃສ່ຖ້ວຍນ້ອຍ: ບີບໝາກນາວລົງ, ໃສ່ນ້ຳຕານ, ນ້ຳປາ, ເກືອ ຢິບມືໜຶ່ງ, ຄົນໃຫ້ ນ້ຳຕານລະລາຍ ແລ້ວ ໃສ່ໝາກເຜັດ

ດິບຊອຍ, ຫອມບົ່ວແດງຊອຍ, ແລະ ໝາກມ່ວງດິບຊອຍ ລົງໄປ. ຄົນໃຫ້ເຂົ້າກັນດີ.

4. ແລ້ວເອົາໄປລາດ ໃສ່ຈານປາດຸກ ທີ່ຈືນໄວ້. ໂຮຍໜ້າດ້ວຍຖົ່ວດິນຂົ້ວ ແລະ ຫອມປ້ອມ. ເສີບ ແຊບໄດ້ເລີຍ


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ເປັນຕາແຊບ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ