ໜ້າຫຼັກສູດອາຫານໄຕ້ຫວັນປະເພດແກງ/ເອາະ

ຕຸ໋ນໄກ່ ໃສ່ເຫລົ້າຈີນ

(0 ໂຫວດ) • ໂດຍ A table c´est Chiou

8 ຄົນ · ປານກາງ · 3 ຊົ່ວໂມງ · ປານກາງ

ອີງຕາມປະຫວັດສາດ ເມນູ ຕຸ໋ນໄກ່ ໃສ່ເຫົ້ຼາຈີນ ນີ້ ເກີດຂຶ້ນຊ່ວງ ລາດຊະວົງຖັງ. ເຊື່ອວ່າ ເມນູນີ້​ແຕ່ງໃຫ້ ແມ່ຍິງກິນ ຫລັງເກີດລູກ ເພື່ອຟື້ນຟູ ຮ່າງກາຍ. ຢູ່ໄຕ້ຫວັນ ມີເມນູນີ້ ເສີບໃນ ພັດຕະຄານ ຈົນຮອດ ຂາຍຕາມ ຕະຫລາດນັດ ກາງຄືນກໍ່ມີ 🌃🌆

ມື້ນີ້ ຂ້ອຍຊິມາ ສະເໜີ ເມນູນີ້ ເພາະ ຈະຊ່ອຍ ອົບອຸ່ນ ຮ່າງກາຍ ຍ້ອນວ່າ ລະດູໜາວ ໄດ້ເຂົ້້າມາແລ້ວ. ວັນທີ 7 ເດືອນ 11 ແມ່ນ ເປັນມື້ ເລີ່ມຕົ້ນ ລະດູໜາວ ທີ່ໄຕ້ຫວັນ. ສະນັ້ນ ເປັນສິ່ງທີ່ດີ ທີ່ຈະໄດ້ ຊົດຕົ້ມໄກ່ຮ້ອນໆ ບວກກັບກິ່ນ ເຫລົ້າໜ້ອຍໜຶ່ງ ເພື່ອ ເພີ່ມພະລັງງານ ⭐️

🛑ໝາຍເຫດ: ໃນຄອບຄົົວຂ້ອຍ, ພວກເຮົາ ບໍ່ໃຊ້ ນ້ຳປົນກັບ ເຫລົ້າເລີຍ. ຕອນຖ່າຍ ທຳເມນູນີ້ ກໍ່ເຊັ່ນກັນ, ແມ່ຕູ້ ຂ້ອຍບອກ ຫລາຍເທື່ອວ່າ ຫ້າມໃສ່ນ້ຳ ພຽງ ແຕ່ຢອດດຽວ 😆. ແຕ່ວ່າ ຖ້າໃຜບໍ່ມັກ ກິ່ນເຫລົ້າປຸກ ກໍ່ໃຫ້ ປະສົມ ເຫລົ້າ 1 ແກ້ວ ກັບ ນ້ຳ 1 ແກ້ວ ແທນທີ່ ຈະໃສ່ ເຫລົ້າ 2 ແກ້ວ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ກ່ອນອື່ນ ຊອຍຂີງ ເປັນ ປ່ຽງ ບາງໆ ໃຫຍ່ໆ ໄວ້.

2. ຄ້າງໝໍ້ ກະທະ ບໍ່ໃສ່ນ້ຳມັນ, ໃສ່ໄກ່ລົງໄປ ປິດຝາໄວ້. ປີ້ນ ໄປມາ. ຈົນໃຫ້ນ້ຳ ໄກ່ຊຶມ ອອກ ມາ ແລ້ວ ແຫ້ງໄປ ເຫລືອ ແຕ່ນ້ຳມັນ ແລ້ວໄກ່ຈະສຸກ ອອກເປັນ ສີເຫລືອງແຫ້ມ.

3. ແລ້ວໃສ່່ ຂີງຫລາຍໆ ແລະ ນ້ຳມັນ ງາດຳ. ປິດຝາໄວ້ອີກ. ສັງເກດ ຂີງ ອອກ ສີນ້ຳຕານ ແຫ້ມ ໃຫ້ໃສ່ ເມັດ ເກົາກີ້ (ແຫ້ງ) ແລະ ໝາກ ກະທັນຈີນ (ແຫ້ງ). ແລ້ວປຸງລົດດ້ວຍ ເກືອ.

5. ແລ້ວ ຖອກເຫລົ້້າ ແກ້ວທີ1 ລົງ. ຖ້າໃຫ້ມັນຟົດ ຈຶ່ງ ນຳໄປຖອກໃສ່ ໝໍ້ ດິນ ແລ້ວ ໃສ່ ເຫຼົ້າ ແກ້ວທີ່2. ປິດຝາໄວ້ ຕຸນໄຟອ່ອນຫາກາງ ໄປເລື້ອຍໆ ປະມານ 2 ຫາ 3 ຊົ່ວໂມງ. ຖ້າ ຕົ້ມ ໄປດົນ ທໍ່ໃດ ກິ່ນເຫລົ້າ ກໍ່ຈະຈາງ ລົງທໍ່ນັ້ນ.

7. ໃນຂະນະ ທີ່ລໍຖ້າ ໄກ່ສຸກ, ໃຫ້ ຄ້າງໝໍ້ ລວກເສັ້ນໝີ່ ແລ້ວ ປະໄວ້.

8. ອີກຢ່າງໜຶ່ງ ແມ່ນ ຄ້າງໝໍ້ ກະທະ ໃສ່ ນ້ຳມັນ ງາ ແລ້ວ ເຮັດຈືນໄຂ່ດາວ ປະໄວ້.

9. ເມື່ອໄກ່ຕຸ໋ນ ສຸກແລ້ວ, ໃຫ້ຕັກ ນ້ຳແກງ ແລະ ຕ່ອນ ໃສ່ ຖ້ວຍໝີ່ ແລະ ຢອງດ້ວຍ ໄຂ່ດາວ. ພ້ອມແຊບໄດ້ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ