ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດປີ້ງ/ດາດ

ທອດດູກຂ້າງໝູ ເຄືອບຊ໊ອສກາເຟ

(0 ໂຫວດ) • ໂດຍ Chubby Whale

6 ຄົນ · ງ່າຍ · 80 ນາທີ · ປານກາງ

ດູກຂ້າງ ໝູທອດ ຊ໊ອສກາເຟ ທີ່ມີລົດຊາດ ອອກ ຂົມຫວານ ແລະ ໜຽວ ເປັນສູດໂປດ ຂອງຂ້ອຍເລີຍ. ລົດຂົມ ຂອງກາເຟ ມີລົດຊາດ ກົມກືນກັບ ດູກຂ້າງໝູ ແລະ ເຂົ້າກັນ ໄດ້ດີ ກັບ ລົດຫວານຂອງນ້ຳຕານ.

ຈານນີ້ ກິນໄດ້ ກັບ ທຸກຢ່າງ ຕາມໃຈ. ອີກຢ່າງ ຜູ້ໃຫຍ່ ຫລື ເດັກ ກໍ່ມັກ! ສຳລັບ ວິທີເຮັດ ດັ້ງເດີມແລ້ວ ແມ່ນ ໃຫ້ ທອດດູກຂ້າງໝູ. ແຕ່ວ່າ ຖ້າ ໃຜມັກເອົາ ດູກຂ້າງ ໄປອົບ ຫລື ປີ້ງ ກໍ່ໄດ້!

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ເຄື່ອງເອືອບດູກຂ້າງ

ຊ໊ອສ

ໂຮຍໜ້າ

ວິທີເຮັດ

1. ລອກ ໄຂມັນຕິດ ຢູ່ດູກຂ້າງ ອອກ ແລ້ວ ຜ່າ ເປັນຕ່ອນ ລວງຍາວ.

2. ປະສົມ ເຄື່ອງປຸງ ໃສ່ດູກຂ້າງ ແລ້ວ ເອືອບໄວ້ 1 ຊົ່ວໂມງ.

3. ຄ້າງໝໍ້ກະທະ ໃຫ້ຮ້ອນ ແລະ ໃສ່ນ້ຳມັນ. ວິທີ ກວດເບິ່ງວ່າ ນ້ຳມັນ ຮ້ອນ ແມ່ນ ໃຊ້ໄມ້ຖູ່ຈຸ່ມລົງ ມີຟອດຂຶ້້ນ ຖືວ່າໄດ້. ໃສ່ ດູກຂ້າງ ລົງໄປຈືນ ໄຟອ່ອນ ຫາກາງ. ເວລາ ຈືນ ຢ່າໃສ່ ດູກຂ້າງ ຫລາຍ ເກີນໄປ. ໃຫ້ໝັ່ນປີ້ນ. ພໍສຸກເຫລືອງແລ້ວ ຕັກອອກ.

4. ສັບກະທຽມ ໃຫ້ແຫລກ ແລ້ວຄົນໃສ່ ຊ໊ອສ.

5. ຄ້າງໝໍ້ ກະທະໃຫ້ຮ້ອນ (ບໍ່ໃສ່ນ້ຳມັນ), ໃສ່ ຊ໊ອສທີ່ປະສົມ ລົງໄປ ແລະ ຂ້ຽວ ຈົນຂຸ້ນ. ແລ້ວຈຶ່ງ ໃສ່ ດູກຂ້າງ ທີ່ທອດແລ້ວ ລົງໄປໃນ ກະທະ ໃຫ້ມັນເຄືອບຊ໊ອສ. ປິດໄຟ

6. ຈັດດູກຂ້າງ ໃສ່ຈານ ໂຮຍ ງາຂົ້ວ ແລະ ຜັກກຸ້ຍຊ່າຍ ຫລື ຜັກບົ່ວໃບຊອຍ! ແຊບໄດ້.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ