ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດແກງ/ເອາະ

ໝີ່ກຸ້ງ ງ່າຍທີ່ສຸດ

(0 ໂຫວດ) • ໂດຍ Chubby Whale

1 ຖ້ວຍ · ງ່າຍ · 10 ນາທີ · ຖືກ

ໝີ່ກຸ້ງ ຖ້ວຍນີ້ ແມ່ນເຮັດງ່າຍທີ່ສຸດ, ຍ້ອນວ່າ ມັນໃຊ້ເວລາສັ້ນ ແລະ ບໍ່ວຸ້ນວາຍ ແຕ່ໂຄດແຊບ!! ຜູ້ຫາກະຮຽນເຮັດອາຫານ ກະຍັງເຮັດໄດ້ !! ໃຊ້ເວລາ 10 ນາທີ ເທົ່ານັ້ນ. ເຄື່ອງປຸງຕ່າງໆ ແມ່ນຈື່ໄວ້ວ່າ ໃສ່ ຢ່າງລະ ເຄິ່ງບ່ວງແກງ!

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ໂຮຍໜ້າ

ວິທີເຮັດ

1. ໃຊ້ໄມ້ຈີ້ມແຂ້ວ ຈິ້ມ ເຂົ້າຫລັງກຸ້ງ ແລ້ວ ດຶງໄສ້ມັນ ອອກຖິ້ມ. ແລ້ວນຳ ກຸ້ງໄປລ້າງໃຫ້ສະອາດ.

2. ສັບຫອມ ບົ່ວຂຽວໃຫ້ລະອຽດ.

3. ຄ້າງໝໍ້ ຕົ້ມນ້ຳ 300 ມິນລີລິດ ໃຫ້ຟົດ ແລ້ວຈິ່ງໃສ່ກຸ້ງ. ປິດຝາໄວ້ ນາທີເຄິ່ງ.

4. ເອົາກຸ້ງ ອອກຈາກໝໍ້. ແກະເປືອກ ແລະ ຫົວອອກ, ແຕ່ ໃຫ້ເອົາເປືອກ ແລະຫົວກຸ້ງ ໃສ່ຄືນໃນໝໍ້ຕົ້ມ ມື້ກີ້ນີ້. ແລ້ວ ໃຫ້ຕົ້ມໄຟອ່ອນ ຕໍ່ອີກ 5 ນາທີ.

5. ໃນຂະນະດຽວກັນ ໃຫ້ ຄ້າງໝໍ້ຕົ້ມ ເສັ້ນໝີ່ ວິທີຕົ້ມຕາມຄຳແນະນຳ ໃນຊອງ. ຕົ້ມສຸກແລ້ວ ເອົາໝີ່ອອກ ປະໄວ້ຖ້ວຍ.

6. ຫລັງຈາກ ຕົ້້ມເປືອກກຸ້ງຄົບ 5 ນາທີແລ້ວ , ໃຫ້ຕັກ ເອົາເປືອກກຸ້ງຖິ້ມ ຈົ່ງໄວ້ແຕ່ນ້ຳ. ຈາກນັ້ນ ໃສ່ ຫອມບົ່ວຈຽວ, ຫອມບົ່ວໃບຊອຍ ເຄິ່ງໜຶ່ງ, ແລະ ເຄື່ອງປຸງ ຊ໊ອສທັງໝົດ ລົງໄປເລີຍ. ຍົກອອກຈາກເຕົາ.

7. ນຳນ້ຳຊຸບ ໄປຖອກໃສ່ ຖ້ວຍໝີ່ ທີ່ກຽມໄວ້, ວາງ ກຸ້ງລົງ, ໂຮຍໜ້າ ດ້ວຍຫອມຈຽວ ແລະ ຫອມບົ່ວໃບຊອຍ ເພີ່ມຕື່ມ. ໃສ່ພິກໄທຫນ້ອຍໜຶ່ງ! ແຊບໄດ້!


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ