ໜ້າຫຼັກສູດອາຫານລາວປະເພດຫນື້ງ

ກະລະເປົາ

(2 ໂຫວດ) • ໂດຍ Saeng Douangdara

8 ກ້ອນ · ຍາກ · 60 ນາທີ · ປານກາງ

ກະລະເປົາ ທີ່ມາຈາກ ລາວ ຈະມີ ຄວາມນຸ້ມໆ, ໄສ້ທາງໃນ ຈະເປັນ ແບບ ມີໝູສັບ, ເສັ້ນລ້ອນ ແລະ ໄຂ່ຕົ້້ມນຳ. ສ່ວນຫລາຍ ກະລະເປົາ ຈະເປັນ ອາຫານ ຫລື ຂອງຫວ່າງ ທີ່ງ່າຍ ແລະ ໄວ ເໝາະ ສຳລັບ ສະມາຊິກ ຄອບຄົວ ທີ່ບໍ່ຄ່ອຍ ມີເວລາ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ສ່ວນແປ້ງ

ສ່ວນປະກອບເຮັດໄສ້

ວິທີເຮັດ

1. ເອົານ້ຳ(ອຸ່ນ)ໃສ່ຖ້ວຍໃຫຍ່, ໃສ່ ຢີສລົງໄປ ຄົນໃຫ້ແຕກ ແລ້ວໃສ່ນ້ຳຕານ ຄົນ ອີກ ແລ້ວ ປະໄວ້ 5 ນາທີ.

2. ກຽມຊາມໃຫຍ່ , ໃສ່ແປ້ງ, ໃສ່ເກືອ ແລະ ຢີສທີ່ປະສົມແລ້ວລົງໄປ.ຄົນໃຫ້ເຂົ້້າກັນ ແລ້ວຈິ່ງໃສ່ນ້ຳມັນເບີ. ຈາກນັ້ນນວດຈົນແປ້ງເປັນເນື້ອນຽນ.

3. ເປີດເຕົາອົບ ທີ່ 200F ຫລື ປະມານ 93 ອົງສາ, ພໍຮ້ອນໄດ້ທີ່ ແລ້ວ ມອດໄວ້, ເອົາຊາມແປ້ງ ທີ່ນວດ ປົກດ້ວຍຜ້າ ເຂົ້າໄປ ປະໄວ້ 45 ນາທີ. (ຫລື ຖ້າໃຜບໍ່ມີ ເຕົາອົບໃຫ້ ປົກໄວ້ ປະໄວ້ ບ່ອນຮ້ອນ ອົບເອົ້າ ກະໄດ້ ເພາະ ຢີສມັນ ຈະ ຂະຫຍາຍ ໂຕຄືກັນ)

4. ກຽມເຮັດ ໄສ້ກະລະເປົາ: ໃສ່ຫມູສັບ, ເສັ້້ນລ້ອນ ແຊ່ນ້ຳ ອ່ອນ, ຫອມບົ່ວໃບ, ຫອມບົ່ວໃຫຍ່, ແປ້ງນົວ, ພິກໄທດຳ, ນ້ຳປາ, ນ້ຳມັນຫອຍ, ແລະ ແປ້ງເຂົ້້າຈ້າວ ແລ້ວ ຄົນໃຫ້ເຂົ້າກັນ ປະໄວ້.

5. ເອົາແປ້ງ ອອກຈາກ ເຕົາອົບ ( ຕອນນີ້ ມັນຈະ ຂະຫຍາຍ ຂຶ້້ນເປັນ 2ເທົ່າ), ເອົາມື ບີບລົມ ອອກ ແລ້ວ ໂຮຍແປ້ງທີ່ ຍັງເຫລືອລົງ ແລ້ວ ນວດ ໃຫ້ເຂົ້້າເປັນ ເນື້້ອດຽວກັນ. ຈາກນັ້ນ ແບ່ງ ແປ້ງ ເປັນ 8 ກ້ອນ

6. ລິ້ງ ແຕ່ລະກ້ອນ ແປ້ງ ເປັນ ແຜ່ນ

7. ຕັກ ໄສ້ໝູ ຢອງເທິງແຜ່ນແປ້ງ ແລະ ໄຂ່ຕົ້້ມຜ່າ ປ່ຽງນ້ອຍ. ພັບເຂົ້້າ ເປັນກ້ອນມົນ.

8. ພັກໄວ້ 10 ນາທີ

9. ເອົາໄປໜຶ້ງ15 ນາທີ ແລ້ວ ເສີບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ