ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ປີ້ງເສືອຮ້ອງໄຫ້

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 40 ນາທີ · ຖືກ

ປີ້ງເສືອ ຮ້ອງໄຫ້ ຮ້ອນໆ ມາແລ້ວ. ເສີບຄູ່ກັບ ແຈ່ວ ແລະ ເຂົ້້າໜຽວ. ງານນີ້ ຖ້າໃຜຍັງ ບໍ່ໄດ້ກິນ ຄືຊິຕ້ອງໄດ້ ໄຫ້ແທ້ໆລະ ຮາຮາຮາ

ເຄື່ອງປຸງ

ເຄື່ອງເອືອບຊີ້ນ

ແຈ່ວ

ວິທີເຮັດ

1. ປະສົມ ເຄື່ອງປຸງ ໃສ່ຊີ້ນ. ຄົນໃຫ້ເຂົ້າກັນ ແລ້ວ ເອືອບໄວ້ປະມານ 30 ນາທີ ຢ່າງຕ່ຳ ກ່ອນປີ້ງ.

2. ເຮັດແຈ່ວ: ຕັ້ງໝໍ້ນ້ອຍ ໃສ່ ນ້ຳຕານປີ໊ບ, ນ້ຳໝາກຂາມປຽກ ແລະ ນ້ຳປາ. ຕົ້ມໃຫ້ນ້ຳຕານເປື່ອຍ ແລ້ວປິດໄຟ. ຖອກໃສ່ຖ້ວຍແຈ່ວ ປະໄວ້ໃຫ້ເຢັນ. ຈາກນັ້ນ ໃສ່ເຂົ້້າຂົ້ວ, ເຜັດປົ່ນ ແລະ ຫອມເປຊອຍ.

3. ປີ້ງຊີ້ນ ໃສ່ເຕົາ ຖ່ານດ້ວຍໄຟ ກາງໃຫ້ພໍດີສຸກ ຕາມໃຈມັກ. ທາແຈ່ວລົງ ໃສ່ປີ້້ງກ່ອນ ເອົາ ອອກຈາກເຕົາ.

4. ເອົາອອກມາຊອຍ ເສີບ ກັບແຈ່ວ ແລະ ເຂົ້າໜຽວ. ພ້ອມແຊບໄດ້ເລີຍ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ