ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ປົ່ນປາ

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ຍາກ · 60 ນາທີ · ປານກາງ

ປົ່ນປາ ແມ່ນເມນູໜຶ່ງ ທີ່ເປັນເອກະລັກຂອງຄົນລາວມາແຕ່ໃດ. ມັນແຊບ ແບບບ້ານໆ, ເນື້ອປາ ເນັ້ນໆ ປົນກັບໝາກເຂືອ, ແລະລົດຊາດ ກົມກ່ອມເຂົ້າກັນກັບ ປາແດກປຸກໆ, ເອົາຜັກສົດໆ ກັບເຂົ້ານຽວ ມາຄຸ້ຍ. ໂອ້ຍວ່າມາລະ ຫິວອີກລະນີ້.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ1: ຫມົກ ຫົວບົ່ວແດງ, ກະທຽມ , ແລະ ຫມາກເຜັດໃຫ້ສຸກ.

ຂັ້ນຕອນ2: ຄ້າງຫມໍ້ໃສ່ນ້ຳ, ຂ່າ, ຫົວສີໄຄ, ແລະເກືອ

ຂັ້ນຕອນ 3: ພໍນ້ຳຟົດໃຫ້ໃສ່ ປາແດກ, ຫມາກເຂືອຜ່າເຄິ່ງ, ແລະ ປາ ລົງ ຫມໍ້ ຕົ້ມຈົນປາ ແລະ ຫມາກເຂືອສຸກ ປະມານ 30 ນາທີ

ຂັ້ນຕອນ 4: ຕຳຫົວບົ່ວແດງ, ກະທຽມ, ແລະ ຫມາກເຜັດ ໃສ່ເກືອປາຍບ່ວງແກງ

ຂັ້ນຕອນ 5: ຕັກປາອອກ ແລະໄຈ້ກ້າງອອກ ເອົາແຕ່ຊີ້ນ ຕຳໃສ່ຄົກທີ່ຕຳຫມາກເຜັດນັ້ນ ແລ້ວໃສ່ຫມາກເຂືອຕຳໃຫ້ມຸ່ນເຂົ້າກັນ

ຂັ້ນຕອນ6: ຕັກຫົວສີໄຄ ແລະຂ່າຖິ້ມ, ແລະ ຈົ່ງນ້ຳແກງໃນຫມໍ້ໄວ້ ປະມານ 1 ຖ້ວຍກາງ

ຂັ້ນຕອນ7: ເອົາ ປາທີ່ຕຳໃສ່ເຄື່ອງໃນຄົກລົງໃສ່ຫມໍ້ ຄືນ, ເລັ່ງໄຟກາງໃຫຟົດ ຊີມລົດຊາດ ແລະໃສ່ຫອມແລ້ວ ປິດໄຟ ພ້ອມເສີບ.

ເຄັດລັບ: ກິນກັບ ຜັດສົດ, ຫມາກແຕງ ແລະ ເຂົ້າຫນຽວ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ