ໜ້າຫຼັກລາວຫລວງພະບາງເມືອງຫຼວງພະບາງຮ້ານອາຫານ

Luang Prabang Bio Bamboo

(0 ຣີວິວ) • ₭₭

ຈຸດ Check in ອີກຮ້ານ ກັບຮ້ານ Bio Bamboo ເປັນຮ້ານອາຫານລາວເນັ້ນອາຫານທ້ອງຖິ່ນຂອງຫຼວງພະບາງຈຸດເດັ່ນຂອງຮ້ານນີ້ຈະເນັ້ນອຸປະກອນທຸກຢ່າງເຮັດຈາກໄມ້ໄຜ່ ບໍ່ວ່າຈະເປັນ ບ່ວງ,ຖ້ວຍ,ຈານ,ຫຼອດດູດ ອຸປະກອນຕ່າງໆເຮັດຈາກໄມ້ໄຜ່ຫມົດເລິຍ ຖືເປັນໄອເດຍທີ່ດີຕໍ່ສິ່ງແວດແລ້ມ. ເມນູເດັດທີ່ທຸກຄົນຕ້ອງສັ່ງເມື່ອມາທີ່ນີ້ກະຄື ເອາະຫຼາມໃສ່ບັ້ງໄມ້ໃຜ່ເສີບຮ້ອນໆໃຫ້ທຸກຖ້ວຍເລີຍ ຣົດຊາດຄືແຊບແຮງ ແລະ ຊີ້ນຄວາຍທຸບກະແຊບກິນກັບເຂົ້າໜຽວຮ້ອນໆຄັກສຸດ ບວກກັບບັນຍາກາດວິວແຄມນໍ້າຄານ ເປັນຮ້ານທີ່ຢາກໃຫ້ທຸກຄົນໄດ້ມາລອງດ້ວຍໂຕເອງອີ່ຫຼີ.

ເມນູເດັດ: ເອາະຫລາມ, ຈືນໄຄແຜ່ນ, ຊີ້ນຄວາຍທຸບ


ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ