ໜ້າຫຼັກລາວຄໍາມ່ວນເມືອງທ່າແຂກຮ້ານອາຫານ

ຮ້ານໂລຕີຊີສ ທ່າແຂກ

(1 ຣີວິວ) • ₭₭

ຖ້າເບື່ອໂລຕີແບບໃສ່ໄຂທຳມະດາ ຂໍແນະນຳຮ້ານໂລຕີຊີສ ທ່າແຂກ ໂລຕີແຊບໄສ້ລົ້ນ ແປ້ງໂລຕີກອບນອກ ນຸ້ມໃນ
ມີໄສ້ໃຫ້ເລືອກຫລາຍຢ່າງເຊັ່ນ: ໄຂ່, ຊີສ໌, ຜອຍທອງ, ເຜືອກ, ໝາກພ້າວ, ກ້ວຍ. ແຕ່ຖ້າບໍ່ຈຸໃຈກໍ່ຈັດໄສ້ລວມທຸກຢ່າງໄດ້ເລີຍຈຸກໆ ສ່ວນທັອປປິ້ງຈະເປັນນົມຂຸ້ນຫວານ ແລະ ຊັອກໂກແລັດ. ແປ້ງໂລຕີທອດໄດ້ດີ ສຸກກອບສະເໝີກັນ ສີສັນນ່າຮັບປະທານ ຖ້າສັ່ງໄສ້ຊີສ ແນະນຳໃຫ້ກິນຕອນຍັງຮ້ອນ ເພື່ອຄວາມຟິນໃນກາຮຢືດຊີສ 😊
ປລ. ແປ້ງໂລຕີດີ ສັ່ງເກດຈາກຕອນແມ່ຄ້າຕີແປ້ງ, ແປ້ງຢືດດີບໍ່ມີຂາດປ່ອງ.

ເມນູເດັດ: ໂລຕີ, ໂລຕີໄຂ່ໃສ່ນົມ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ລວມຣີວິວຮ້ານນີ້ຈາກລູກຄ້າ


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ