ໜ້າຫຼັກລາວຄໍາມ່ວນເມືອງທ່າແຂກຮ້ານອາຫານ

ຮ້ານເຂົ້າປຽກປ້າໃສ

(0 ຣີວິວ) • ₭

ຮ້ານເຂົ້າປຽກເຈົ້າເກົ່າ ສິດເກົ່າສິດໃຫມ່ ຮຮ ມປ.ທ່າແຂກ ຮູ້ກັນດີ ແຕ່ກ່ອນເພິ່ນຂາຍໃນເຂດໂຮງຮຽນ ແຕ່ຕອນນີ້ຍ້າຍອອກມາຂາຍຢູ່ຫນ້າບ້ານຂອງເພິ່ນເອງ ລູກຄ້າກໍ່ຍັງປັງຄືເກົ່າ. ບັນຍາກາດຮ້ານຍັງຄືນັ່ງກິນເຂົ້າປຽກໃນເຂດໂຮງຮຽນເພາະລູກຄ້າສ່ວນໃຫຍ່ຈະເປັນກຸ່ມໄວລຸ້ນ ແລະ ນ້ອງໆນັກຮຽນ.
ເຂົ້າປຽກແຊບ ນ້ຳຊຸບກົມກ່ອມ ຖ້ວຍນ້ອຍ15,000ກີບ ກາງ20,000ກີບ ໃຫຍ່25,000ກີບ.ຮ້ານເພິ່ນມີຊາເຢັນເສີບໃຫ້ຟຣີພ້ອມເດີ້ ເຕີມໄດ້ບໍ່ອັ້ນ 😊

ເມນູເດັດ: ເຝີ, ເຂົ້າປຽກ, ໝີ່ເຫຼືອງ

  • ເສັ້ນທາງໂຮງໝໍແຂວງຄຳມ່ວນຮອດສີ່ແຍກແລ້ວລ້ຽວເຂົ້າເສັ້ນທາງລະຫວ່າງໂບດຄາໂທລິກ/ຮຮ ມໍປາຍ ທ່າແຂກ, ຮ້ານຈະຢູ່ເບື້ອງຊ້າຍມືກ່ອນຮອດ ໂຮງແຮມໂຊກໄຊຊັບ, ບ້ານ ສົມສະໜຸກ, ເມືອງທ່າແຂກ, ຄໍາມ່ວນ
  • (020) 55 450 249
  • ມື້ນີ້ເປີດ 07:00 - 15:00


ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ