ໜ້າຫຼັກລາວນະຄອນຫຼວງວຽງຈັນໄຊເສດຖາຮ້ານອາຫານ

Juliet by Wine Haus

(0 ຣີວິວ) • ₭₭

ເປັນຮ້ານອາຫານທີ່ຕົບແຕ່ງແບບມິນິມໍ, ອອກແນວວິນເທຈ. ພາຍໃນຮ້ານງຽບສະຫງົບ, ທາງດ້ານນອກຮ້ານເຕັມໄປດ້ວຍເດີ່ນຫຍ້າສີຂຽວ. ບັນຍາກາດດີໆ. ອາຫານຄັດສັນວັດຖຸດິບຢ່າງດີ, ມື້ນີ້ໄດ້ລອງຊິມເມນູເດັດຂອງເພິ່ນແມ່ນ. ເຂົ້າໜ້າເນື້ອ ງົວຝຣັ່ງ(Sirloin fried rice) ເນື້ອງົວນຸ້ມດີ. ບໍ່ຫຍາບ ແລະ ບໍ່ຂິວເລີຍ ເສີບມາຈານໃຫ່ຍແຮງເຂົ້າທີ່ເອົາມາຜັດແມ່ນເຂົ້າຍີ່ປຸ່ນ. ປຸງຣົດຊາດພໍດີບໍ່ກົບກິ່ນຂອງເນື້ອ ພໍກິນໃສ່ກັນແລ້ວອອກມາດີງາມ. ສ່ວນອີກເມນູເດັດທີ່ສາຍຮັກສຸຂະພາບຕ້ອງຫລົງຮັກກໍ່ຄື: ເຂົ້າໜ້າແຊວມ່ອນພິກເກືອ(Salmon don). ເມນູນີ້ກໍດີງາມເຊັ່ນກັນ. ໃຜບໍ່ແມ່ນສາຍເນື້ອຕ້ອງລອງເມນູນີ້ ຣົດຊາດແຊບ ແລະ ລົງໂຕສຸດໆລະມຸນແຮງ. ນອກຈາກນັ້ນຍັງມີເມນູປະເພດເສັ້ນ ພາສຕ້າ,ສະລັດ,ສະເຕັກ. ລວມເຖິງເມນູເຄື່ອງດື່ມ ກາເຟຕ່າງໆ, ຈົນໄປຮອດເຂົ້າໜົມອີກຫຼາກຫຼາຍ. ອີກຢ່າງທີ່ຂຶ້ນຊື່ ມາຮ້ານນີ້ຕ້ອງໄດ້ຈິບວາຍນຳເດີ້ ເພາະເພິ່ນມີວາຍແຊບໆ ໄວ້ນຳສະເຫນີ ເພິ່ນບອກແບບນັ້ນ😋

ເມນູເດັດ: ເຂົ້າໜ້າເນື້ອ, ເຂົ້າໜ້າແຊວມ່ອນ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ